ແນະນຳກ່ຽວກັບ
ບໍລິສັດ ຮຸ່ງເຮືອງ
ບໍລິສັດ ຮຸ່ງເຮືອງ ແປພາສາ ທ່ອງທ່ຽວ ແລະການບໍລິການ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ສິງຫາ 2018 ເຊິ່ງເຄື່ອນໄຫວທຸລະກິດຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ດ້ວຍທີມງານທີ່ມີທັກສະ ແລະມີປະສົບການ, ມີການຮ່ວມມືຢ່າງກວ້າງຂວາງກັບຫຼາຍພາກສ່ວນທັງພາຍໃນ ແລະຕ່າງປະເທດ, ພວກເຮົາສາມາດຕອບສະໜອງ ທຸກຄວາມຕ້ອງການຂອງລູກຄ້າ ກ່ຽວກັບລາມແປ – ການແປພາສາ ແລະການໃຫ້ຄຳປຶກສາດ້ານການລົງທືນ, ການຂະຫຍາຍທຸລະກິດ. ບັນດາໂຄງການທີ່ປະຕິບັດໂດຍບໍລິສັດ ຮຸ່ງເຮືອງ ແມ່ນໄດ້ຮັບການຕີລາຄາສູງຈາກລູກຄ້າ ກ່ຽວກັບຄຸນນະພາບຂອງລາມແປ – ການແປພາສາ ແລະການບໍລິການທີ່ເປັນມືອາຊີບ, ຄວາມຕັ້ງໃຈ ແລະຄວາມຮັບຜິດຊອບ.
